Diễn đàn dịch thuật VIỆT-LÀO / LÀO-VIỆT
Bạn có muốn phản ứng với tin nhắn này? Vui lòng đăng ký diễn đàn trong một vài cú nhấp chuột hoặc đăng nhập để tiếp tục.
Tìm kiếm
 
 

Display results as :
 


Rechercher Advanced Search

Tin tức trong ngày
RSS feeds


Yahoo! 



ແນະ​ນຳ​ປຶ້ມປະຫວັດ​ສາດ ​ສາຍ​ພົວພັນ​ພິ​ເສດ​ ລາວ-ຫວຽດນາມ, ຫວຽດນາມ-ລາວ

Go down

ແນະ​ນຳ​ປຶ້ມປະຫວັດ​ສາດ ​ສາຍ​ພົວພັນ​ພິ​ເສດ​  ລາວ-ຫວຽດນາມ, ຫວຽດນາມ-ລາວ Empty ແນະ​ນຳ​ປຶ້ມປະຫວັດ​ສາດ ​ສາຍ​ພົວພັນ​ພິ​ເສດ​ ລາວ-ຫວຽດນາມ, ຫວຽດນາມ-ລາວ

Bài gửi by carrier Sat Nov 30, 2013 12:00 am

*(ຂປລ): ພິທີ​ນຳ​ສະ​ເໜີ ແລະ ​ແນະ​ນຳ​ປື້ມປະຫວັດສາດ ​ສາຍ​ພົວພັນ​ພິ​ເສດ​ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ​ແຕ່​ປີ 1930-2007 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ພືດ​ສະພາ 2012 ຢູ່​ທີ່​ຫ້ອງ​ວ່າການ​ສູນ​ກາງ​ພັກ​ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ ​ຄະນະ​ ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ, ຫົວໜ້າ​ຄະນະ​ຊີ້ນຳ​ລະດັບ​ຊາດ ​ເພື່ອ​ສະ​ເຫລີ​ມສະຫລອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ​ ປີ 2012, ມີ​ບັນດາ​ກົມ​ການ​ເມືອງ, ຄະນະ​ເລຂາທິການ, ທ່ານ ຕະມິ່ນ​ເຈົ່າ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສສ ຫວຽດນາມ ​ປະ​ຈຳ​ລາວ, ບັນດາ​ລັດ ຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ ພ້ອມ​ດ້ວຍ​ບັນດາ​ນັກຣຽນນັກ​ສຶກສາ ​​ເຂົ້າ​ຮ່ວມ.

ທ່ານ ບຸນ​ຍັງ ວໍລະ​ຈີີດ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມສຳຄັນ ​ຂອງ​ການ​ເຜີຍ​ແຜ່​ແນະ​ນຳ​ ກ່ຽວ​ກັບປຶ້ມ ປະຫວັດສາດ​ສາຍ​ພົວພັນມິດຕະພາບ ຄວາມສາມັກຄີແບບ​ພິ​ເສດ ​ລາວ-ຫວຽດນາມ, ຫວຽດນາມ-ລາວ​​, ໃນ​ຄັ້ງນີ້​ແມ່ນ​ການ​ເປີດ​ສາກ ​ໃຫ້​ແກ່​ການ​ດຳ​ເນີນ​ກິດຈະ​ກຳ​ລະດັບ​ຊາດ​ອື່ນໆ​ ແຫ່ງ​ການສະ​ເຫລີ​ມສະຫລອງ​ປີ​ສາມັກຄີ​ມິດ ຕະພາບ​ ລາວ-ຫວຽດນາມ​ ຊຶ່ງ​ຈະ​ໄດ້​ສືບຕໍ່​ດຳ​ເນີນ​ໄປ​ຈົນ​ຮອດ​ຊິ້ນປີ 2012, ພັກ-ລັດຖະບານ ແລະ ປະຊາຊົນ​ລາວ​ ເວລາ​ໃດ ​ກໍ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ຕໍ່​ຄວາມ​ໝາຍ​ຄວາມ​ສຳຄັນ​ເປັນຕາ​ຍ ຂອງ​ສາຍ​ພົວພັນ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ພິ​ເສດ ​ລະຫວ່າງ ​ລາວ-ຫວຽດນາມ ​ຊຶ່ງ​ແມ່ນ​ປະທານ​ໂຮ່ຈິ​ມິນ​ຜູ້​ຍິ່ງ​ໃຫຍ່ ແລະ ປະທານ​ໄກສອນ​ ພົມ ວິຫານ, ປະທານ​ ສຸພາ​ນຸວົງ, ​ເປັນ​ຜູ້​ກໍ​ຕັ້ງ, ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ​ທີ່​ເຫັນ​ວ່າ ​ວັນ​ເວລາ​ຜ່ານ​ໄປ​ເກືອບ​ສັດຕະ ວັດ​ແລ້ວ, ​ແຕ່​ສາຍ​ພົວພັນ​ຄວາມ​ສາມັກຄີ​ພິ​ເສດ​ດັ່ງກ່າວ ​ຍິ່ງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ເປັນ​ປັດ​ໃຈ​ຕັດສິນ​ໄຊຊະນະ ​ແລະ ຜົນ​ສຳ​ເລັດ​ຂອງ​ການ​ປະຕິວັດ​ຢູ່​ສອງ​ປະ​ເທດ ຂອງ​ພວກ​ເຮົາ​, ບົນພື້ນຖານ​ຄວາມ​ຮັບ​ຮູ້ ແລະ ​ເຫັນ​ແຈ້ງ​ຄວາມ​ສຳຄັນ​ດັ່ງກ່າວ, ກົມ​ການເມືອງ​ສູນ​ກາງ​ພັກ ​ປະຊາຊົນ​ ປະຕິວັດ​ລາວ ​ແລະ ພັກ​ກອມ​ມູນິດ​ ຫວຽດນາມ ​ຈຶ່ງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ ​ໃຫ້​ມີ​ການ​ຄົ້ນ​ຄ້ວາຮຽບຮຽງ​ປະຫວັດສາດ​ ສາຍ​ພົວພັນ​ພິ​ເສດ​ລາວ-ຫວຽດນາມ 1930-2007 ແລະ ​ໄດ້​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ຂອງ​ແຕ່ລະ​ຝ່າຍ​ຂຶ້ນ ຊຶ່ງ​ຝ່າຍ​ລາວ​ແມ່ນ​ທ່ານ ສະໝານ ວິ​ຍະ​ເກດ, ອະ​ດີດກຳມະການ​ກົມ​ການ​ເມືອງ​ ເປັນ​ຫົວໜ້າ​ຄະນະ​ຮັບຜິດຊອບ​ ຄົ້ນ​ຄ້ວາ​ຮຽບຮຽງ​ຂອງ​ທັງ​ສອງ​ຝ່າຍ ​ໄດ້​ຕັ້ງໜ້າ​ດຳ​ເນີນ​ວຽກ​ງານ​ຂອງ​ຕົນ ​ໂດຍ​ໃຊ້​ເວລາ 4 ປີ​ຈຶ່ງ​ສຳ​ເລັດ ສາມາດ​ສ້າງ​ຜົນງານ​ໃຫຍ່​ໄດ້​ທັງ​ໝົດ 6 ອັນ​ເປັນຕົ້ນ​ແມ່ນ​ໂຄງການ​ຄົ້ນ​ຄ້ວາ​ຮຽບຮຽງ​ປະຫວັດສາດ​ສາຍ​ພົວພັນ​ພິ​ເສດ​ ລາວ-ຫວຽດນາມ, ຫວຽດ ນາມ-ລາວ​ ແຕ່​ປີ 1930-2007 ແມ່ນ​ໂຄງການ​ທີ່​ໃຫຍ່​ກວ່າ​ທຸກໆ​ໂຄງການ​ຄົ້ນ​ຄ້ວາ​ ຂອງ​ສອງ​ພັກ​ສອງ​ລັດ ​ແລະ ສອງ​ຊາດ​ທີ່​ເຄີຍ​ໄດ້​ຈັດຕັ້ງມາ​ກ່ອນນັ້ນ, ​ໃນ​ການຈັດຕັ້ງປະຕິບັດ​ໂຄງການ​ນີ້ ບັນດາ​ນັກວິ​ທະຍາ​ສາດ​ທັງ​ສອງ​ຝ່າຍ​ໄດ້​ທຸ້ມ​ເທ​ເຮື່ອ​ແຮງ​ສະຕິ​ປັນຍາ​ຄົ້ນ​ຄ້ວາ​ຮຽບຮຽງ​ຢ່າງ​ຕັ້ງໜ້າ, ມີ​ວິທະຍາສາດ ​ແລະ ​ໄດ້​ນຳ​ໃຊ້​ແຫ​ລ່ງ​ເອກະສານ​ເປັນ​ຈຳນວນ​ຫລວງຫລາຍ​ໃນ​ນັ້ນມີ​ເອກະສານ​ຈຳນວນ​ໜຶ່ງ​ໄດ້​ຖືກ​ເປີດ​ເຜີຍ​ເປັນຄັ້ງທຳ​ອິດ, ຜົນງານ​ໃຫຍ່ 6 ຢ່າງ​ຈາກ​ໂຄງການ​ນີ້ ມີ​ຄວາມ​ໝາຍ​ໃຫຍ່​ຫລວງ​ດ້ານ​ປະຫວັດສາດ, ທັງ​ມີ​ລັກສະນະ​ແທດ​ຕົວ​ຈິງ, ພາວະ​ວິ​ໄສ​ໂດຍ​ສະ​ເພາະ​ແມ່ນ​ການ​ຍົກ​ໃຫ້ເຫັນ ​ສາ​ເຫດ​ທີ່​ກໍ​ໃຫ້​ເກີດ ​ແລະ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ຂອງ​ການ​ພົວພັນ​ຄວາມ​ສາມັກຄີ​ພິ​ເສດ ​ລາວ-ຫວຽດນາມ​ ພ້ອມ​ນັ້ນ ກໍ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ສໍ​ເລັດ ​ແລະ ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ ທີ່​ທັງ​ສອງ​ຊາດ​ລາວ​-ຫວຽດນາມ​ ຍາດ​ມາ​ໄດ້​ຈາກ​ການ​ມີ​ສາຍ​ພົວພັນ ແລະ ຄວາມ​ສາມັກຄີ​ພິ​ເສດ​ນຳ​ກັນ, ຜົນງານ​ໃຫຍ່​ທີ່​ເກີດ​ຈາກ​ໂຄງ ການ​ນີ້ ມີ​ຄວາມ​ໝາຍ​ທາງ​ດ້ານ​ແນວ​ຄິດ​ທິດ​ສະ​ດີ, ວິທະຍາສາດ ​ແລະ ມີ​ເນື້ອ​ໃນ​ອຸດົມສົມບູນ, ຄົບ​ຖ້ວນ​ເປັນ​ລະບົບ​ຮອບດ້ານ ແລະ ມີ​ລັກ​ສະນະ​ສອດຄ່ອງ​ ກົມ​ກຽວ​ກັບກຫານ​ເຕີບ​ໃຫຍ່​ຂະຫຍາຍຕົວ​ ຂອງ​ສາຍ​ພົວພັນ​ພິ​ເສດ ​ລະ​ຫ່ວາງ​ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ນັບ​ແຕ່​ມື້ມີ​ພັກ​ກອມ​ມູນິດ​ອິນດູຈີນ ​ນຳພາ​ຈົນ​ເຖິງປີ 2007. ຜົນ ງານ​ໃຫຍ່​ໄດ້​ຢືນ​ຍັນ​ເຖິງ​ທັດສະນະ, ​ແນວທາງ, ທິດ​ນຳ​ເອກະ​ພາບ​ຂອງ​ສອງ​ພັກ, ສອງ​ລັດ​ໃນ​ການ​ສືບຕໍ່​ສ້າງ, ປັບ ປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ຄວາມ​ສາມັກຄີ​ພິ​ເສດ​ ລະຫວ່າງ​ ສອງ​ຊາດ​ ເພື່ອ​ພ້ອມ​ກັນ​ຕໍ່ສູ້​ຕ້ານ​ທຸກ​ການ​ປິດ​ເບືອນ​ໃສ່​ຮ້າຍ​ປ້າຍ​ສີ​ ຂອງ​ບັນດາ​ອິດ​ທິກຳລັງ​ປໍ​ລະ​ປັກ​ ຕໍ່​ເຫດການ​ປະຫວັດສາດ​ຕ່າງໆ​ ໂດຍ​ຫວັງ​ຢາກ​ແບ່ງ​ແຍກ​ຄວາມ​ສາມັກຄີ​ພິ​ເສດ​ ລະຫວ່າງ ​ສອງ​ຊາດ​ ລາວ-ຫວຽດນາມ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ຕີ​ລາຄາ ​ຕໍ່​ຜົນ​ສຳ​ເລັດ​ຂອງ​ໂຄງການ​ ຊຶ່ງ​ສະ​ແດງ​ອອກ​ໃນ​ລາຍ​ງານ​ການ​ເມືອງ ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9 ຂອງ​ພັກ​. ດັ່ງນັ້ນ ພັກ-ລັດຖະ ບານ ​ລາວ ​ໄດ້​ຢຶດໝັ້ນຢ່າງ​ສະ​ເໜີ​ຕົ້ນ​ສະ​ເໝີ​ປາຍ​ ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ກັບ ສສ ຫວຽດນາມ, ອັນ​ພົ້ນ​ເດັ່ນ​ ແມ່ນ​ໄດ້​ສຳ​ເລັດ​ໂຄງການ​ຮຽບຮຽງ​ປະຫວັດສາດ​ ການ​ຮ່ວມ​ມື​ສຳພັນ​ສູ້ຮົບ ​ແລະ ຄວາມ​ສາມັກຄີ​ພິ​ເສດ​ ລາວ-ຫວຽດນາມ ​ໃນ​ຫລາຍ​ສີ​ບປີຜ່ານມາ ​ຊຶ່ງ​ເປັນ​ເອກະສານ​ພື້ນຖານ​ສຳລັບ​ການ​ຮຽນ​ຮູ້ ແລະ ການ​ສຶກສາ​ອົບຮົມ​ປະຊາຊົນ​ສອງ​ຊາດ ​ໂດຍ​ສະ​ເພາະ​ຄົນ​ຮຸ້ນ​ໜຸ່ມ ​ໃຫ້​ປົກ​ປັກ​ຮັກສາ ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ດີງາມ​ດັ່ງກ່າວ ​ຕໍ່​ໄປ.

ທ່ານ ເຈື່ອງ ສົມບູນ​ຂັນ, ກຳມະການສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ໂຄສະ ນາ​ອົບຮົມ​ສູນ​ກາງ​ພັກ, ຫົວໜ້າ​ອະນຸ​ກຳມະການ ແລະ ​ເນື້ອ​ໃນ​ ໄດ້​ກ່າວ​ວ່າ​: ໂຄງການ​ຄົ້ນ​ຄ້ວາ​ຮຽບຮຽງ​ປະຫວັດ ສາດ ​ສາຍ​ພົວພັນ​ພິ​ເສດ ​ລາວ-ຫວຽດ, ຫວຽດນາມ-ລາວ 1930-2007 ມີ​ທັງ​ໝົດ 6 ຢ່າງ​ຄື: ໜຶ່ງ​ປຶ້ມປະຫວັດສາດ​ຕົ້ນຕໍ 1 ເຫລັ້ມ 1.181 ໜ້າ, ປຶ້ມສັງ​ລວມ​ເອກະສານ ​ພັກ-ລັດ​ ຈຳນວນ​ທັງ​ໝົດ 5 ເຫລັ້ມ 3.676 ໜ້າ, ປຶ້ມປະມວນ​ເຫດ ການ​ປະຫວັດສາດ 2 ເຫລັ້ມ 1.954 ໜ້າ, ປຶ້ມສັງ​ລວມບົດ​ຊົງ​ຈຳ ​ແລະ ປຶ້ມສັງ​ລວມບົດ​ຂຽນ​ລວມກັນ 3 ເຫລັ້ມ ຫລາຍ​ກ່ວາ 2.000 ໜ້າ, ປຶ້ມສັງ​ລວມຮູບພາບ​ກວ່າ 300 ຮູບ 220 ໜ້າ, ຮູບ​ເງົາ​ເອກະສານ 10 ມ້ວນ 4 ພາກ​ ມີຄວາມ​ຍາວ 100 ນາທີ ຊຶ່ງ​ຜົນງານ​ໃຫຍ່​ທັງ 6 ນີ້ ເກີດ​ຂຶ້ນ​ໄດ້​ກໍ​ຍ້ອນ​ການ​ຊີ້ນຳ-ນຳພາ​ ຢ່າງໃກ້ຊິດຂອງ​ກົມ​ການ​ເມືອງສູນ ກາງພັກ ​ແລະ ຄວາມ​ຕັ້ງໜ້າ​ພະຍາຍາມ-ຄວາມ​ຮັບຜິດຊອບ ​ແລະ ຄວາມ​ເປັນ​ເຈົ້າ​ການ​ປະດິດ​ສ້າງ​ ຂອງ​ຄະນະ​ຄົ້ນ​ຄ້ວາ​ຮຽບຮຽງ​ ຂອງ​ທັງ​ສອງ​ຝ່າຍ ມັນ​ແມ່ນ​ຜົນງານ​ອັນ​ມີຄ່າ ​ແລະ ມີ​ຄວາມ​ໝາຍ​ອັນໃຫຍ່​ຫລວງ ​ສຳລັບ​ການ​ຮຽນ​ຮູ້-ການ​ໂຄສະນາ ​ສຶກສາ​ອົບຮົມ ​ທາງ​ດ້ານ​ການ​ເມືອງ​ແນວ​ຄິດ./.

(Nguồn: Báo Pathet Lao)
carrier
carrier
Phó Đoàn Ngoại Giao
Phó Đoàn Ngoại Giao

Tổng số bài gửi : 18
Join date : 17/11/2013

Về Đầu Trang Go down

Về Đầu Trang

- Similar topics
» ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ຊົມ​ເຊີຍ​ ວັນ​ປົດ​ປ່ອຍ​ພາກ​ໃຕ້​ຂອງ ສ.ສ ຫວຽດນາມ
» VXP ແລະ LO PETROLEUM ປະກອບສ່ວນໃນວັນສຳຄັນສອງຊາດລາວ - ຫວຽດນາມ
» ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ
» ການຈັດຕັ້ງປະຕິບັດເນື້ອ​ໃນ ແລະ ຈັດກິດຈະ​ກຳ​ ໃນ​ການສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດສາດ ລາວ-ຫວຽດນາມ

 
Permissions in this forum:
Bạn không có quyền trả lời bài viết