Diễn đàn dịch thuật VIỆT-LÀO / LÀO-VIỆT
Bạn có muốn phản ứng với tin nhắn này? Vui lòng đăng ký diễn đàn trong một vài cú nhấp chuột hoặc đăng nhập để tiếp tục.
Tìm kiếm
 
 

Display results as :
 


Rechercher Advanced Search

Tin tức trong ngày
RSS feeds


Yahoo! 



ການຈັດຕັ້ງປະຕິບັດເນື້ອ​ໃນ ແລະ ຈັດກິດຈະ​ກຳ​ ໃນ​ການສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດສາດ ລາວ-ຫວຽດນາມ

Go down

ການຈັດຕັ້ງປະຕິບັດເນື້ອ​ໃນ ແລະ ຈັດກິດຈະ​ກຳ​  ໃນ​ການສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດສາດ ລາວ-ຫວຽດນາມ Empty ການຈັດຕັ້ງປະຕິບັດເນື້ອ​ໃນ ແລະ ຈັດກິດຈະ​ກຳ​ ໃນ​ການສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດສາດ ລາວ-ຫວຽດນາມ

Bài gửi by carrier Fri Nov 29, 2013 11:49 pm

*ສຳເລັດເປັນທີ່ຮຽບຮ້ອຍການແລກປ່ຽນສິລະປະວັດທະນະທຳ ໃນຫົວຂໍ້“ຫວນຄືນນ້ຳໃຈສາມັກຄີມິດຕະພາບແບບພິເສດ ລາວ-ຫວຽດນາມ ” ທີ່ບັນດາ ນັກສິລະປິນ 2 ຊາດ ຜັດປ່ຽນກັນຂຶ້ນສະແດງເທິງເວທີກາງແຈ້ງ ຢູ່ເທສະບານແຂວງເຊີນລາ ສສ ຫວຽດນາມ ເມື່ອທ້າຍເດືອນເມສາຜ່ານມາ. ບໍ່ວ່າຈະ ເປັນບົດຟອນ, ຮ້ອງເພງລວມໝູ່,ຮ້ອງດ່ຽວ ແລະ ອື່ນໆລ້ວນແຕ່ສ່ອງແສງໃຫ້ເຫັນເຖິງ ມູນເຊື້ອຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ຂອງສອງພັກ-ລັດ ປະຊາຊົນ ກໍຄືສະພາແຫ່ງຊາດສອງປະເທດ.

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ກ່າວວ່າ: ໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍອັນສຳຄັນນີ້, ຂ້າພະເຈົ້າຂໍນຳເອົາ ມິດຈິດ ມິດໃຈຄວາມສາມັກຄີຮັກແພງອັນດູດດື່ມຂອງປະຊາຊົນລາວຕໍ່ປະຊາຊົນຫວຽດນາມອ້າຍນ້ອງເວົ້າລວມ; ເວົ້າສະເພາະປະຊາຊົນແຂວງເຊີນລາ ທຸກທົ່ວໜ້າ. ເພື່ອຮັດແໜ້ນຄວາມສາມັກຄີອັນເປັນມູນເຊື້ອ ແລະຫວນຄືນສູ່ຕົ້ນກຳເນີດແຫ່ງ ຄວາມສາມັກຄີພິເສດ ລາວ-ຫວຽດນາມ, ພວກຂ້າພະເຈົ້າ ໄດ້ນຳເອົາ ລາຍການສິລະປະວັນນະຄະດີ ຈຳນວນໜຶ່ງທີ່ສ່ອງແສງເຖິງເອກະລັກວັດທະນະທຳຂອງປະຊາຊົນລາວບັນດາເຜົ່າ ກໍຄືມູນເຊື້ອສາຍພົວພັນ ມິດຕະພາບຂອງ ສອງປະເທດ ມາຮ່ວມສະແດງນຳເພື່ອນສະຫາຍຫວຽດນາມ. ນີ້ເປັນຄືນແຫ່ງມິດຕະພາບອັນດູດດື່ມ ແລະ ຄວາມຊົງຈຳທີ່ເລິກເຊິ່ງ ຂອງຄະນະຜູ້ແທນ ທັງສອງປະເທດ ແລະ ປະຊາຊົນ ແຂວງເຊີນລາ ພ້ອມທັງປະຊາຊົນລາວ-ຫວຽດນາມ.
ປະທານສະພາແຫ່ງຊາດລາວກ່າວວ່າ: ການແລກປ່ຽນສິລະປະວັດທະນະທຳແມ່ນໜຶ່ງໃນກິດຈະກຳສຳຄັນຂອງກອງປະຊຸມ “ສາຍພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດລາວ-ຫວຽດນາມ, ຄວາມສາມມັກຄີມິດຕະພາບ” ​ແລະ ​ການ​ເຄື່ອນ​ໄຫວ​ຕ່າງໆ​ ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ ສາຍ ​ພົວພັນ​ການ​ທູດຂອງ​ສອງ​ປະ​ເທດຄົບຮອບ 50 ປີ​ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 35 ປີ ເຊິ່ງຈັດຂຶ້ນຢູ່ບົນດິນແດນ ແຂວງເຊີນລາທີ່ງົດງາມ, ຮັກແຂກແພງຄົນ,ເປັນແຂວງທີ່ມີມູນເຊື້ອປະຕິວັດອົງອາດກ້າຫານ ​ແລະ​ ພົວພັນ​ສະໜິດ​ແໜ້ນ ກັບ ​ການ​ປະຕິວັດ ​ແຕ່​ເລີ່​ມ ຕົ້ນຈົນ​ເຖິງ​ ປັດຈຸບັນ.

(Nguồn: Báo Pathet Lao - kpl.net.la)
carrier
carrier
Phó Đoàn Ngoại Giao
Phó Đoàn Ngoại Giao

Tổng số bài gửi : 18
Join date : 17/11/2013

Về Đầu Trang Go down

Về Đầu Trang

- Similar topics
» ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ຊົມ​ເຊີຍ​ ວັນ​ປົດ​ປ່ອຍ​ພາກ​ໃຕ້​ຂອງ ສ.ສ ຫວຽດນາມ
» ແນະ​ນຳ​ປຶ້ມປະຫວັດ​ສາດ ​ສາຍ​ພົວພັນ​ພິ​ເສດ​ ລາວ-ຫວຽດນາມ, ຫວຽດນາມ-ລາວ
» VXP ແລະ LO PETROLEUM ປະກອບສ່ວນໃນວັນສຳຄັນສອງຊາດລາວ - ຫວຽດນາມ
» ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ

 
Permissions in this forum:
Bạn không có quyền trả lời bài viết