ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ແລະ ຊົມເຊີຍ ວັນປົດປ່ອຍພາກໃຕ້ຂອງ ສ.ສ ຫວຽດນາມ
Trang 1 trong tổng số 1 trang

(ຂປລ): ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2012 ແລະ ຊົມເຊີຍວັນປົດປ່ອຍພາກໃຕ້ຫວຽດນາມ ຄົບ ຮອບ 37 ປີ ຂຶ້ນໃນວັນທີ 27 ເມສາ 2012 ນີ້ ທີ່ສະໂມສອນຂອງແຂວງ ເຊິ່ງໃຫ້ກຽດເປັນປະທານຮ່ວມຂອງທ່ານ ພົນຈັດຕະວາ ວິໄລ ຫຼ້າຄຳຟອງ ຮອງເລຂາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈຳປາສັກ, ທ່ານພັນເອກ ພິເສດ ຫງຽນຟູຮາຍ ທູດທະຫານແຫ່ງ ສ.ສ ຫວຽດ ນາມ ປະຈຳ ສປປ ລາວ ພ້ອມດ້ວຍບັນດາພະແນກການ, ກົມກອງ, ນາຍ ແລະ ພົນທະຫານ, ສະຖາບັນການສຶກສາພາຍໃນ ແຂວງເຂົ້າຮ່ວມຢ່າງຫຼວງ ຫຼາຍ.
ໃນພິທີທ່ານພັນເອກ ພິເສດ ຫງຽນຟູຮາຍ ໄດ້ໃຫ້ກຽດຂຶ້ນປາຖະກະຖາໃນຫົວຂໍ້ວັນປົດປ່ອຍພາກໃຕ້ຫວຽດນາມ ເຊິ່ງທ່ານໄດ້ຍົກໃຫ້ເຫັນບາງເຫດການ ທີ່ພົ້ນເດັ່ນ ເປັນຕົ້ນແມ່ນເຫດການຕໍ່ສູ້ປົດປ່ອຍພາກໃຕ້ຫວຽດນາມກ້າວໄປສູ່ບັ້ນຮົບໂຮ່ຈິມິນທີ່ເປັນປະຫວັດສາດ ແລະ ສິ້ນສຸດສົງຄາມລົງໃນວັນທີ 30 ເມສາ 1975, ເປັນຕົ້ນແມ່ນຜ່ານເສັ້ນທາງປະຫວັດສາດຂອງຂະບວນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດອາເມລິກາ ປົດປ່ອຍພາກໃຕ້ຫວຽດນາມ ເລີ່ມຕົ້ນ ສົງຄາມຮຸກຮານຂອງ ອາເມລິກາ ແຕ່ປີ 1954 ພາຍຫຼັງທີ່ຈັກກະພັດລ່າເມືອງຂຶ້ນແບບເກົ່າຝຣັ່ງປະລາໄຊ, ເຊິ່ງພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນ ຫວຽດນາມໄດ້ແກ່ຍາວເຖິງ 21 ປີ, ເປັນໄລຍະຕໍ່ສູ້ກູ້ຊາດທີ່ດຸເດືອດ, ຂ້ຽວຂາດ ແລະ ສັບສົນທີ່ສຸດໃນປະຫວັດສາດ ຕ້ານການຮຸກຮານຂອງຕ່າງຊາດ ໂດຍໄດ້ແບ່ງສົງຄາມຕໍ່ສູ້ກູ້ຊາດອອກເປັນ 5 ໄລຍະຍຸດທະສາດ ແຕ່ລະບາດກ້າວຍຸດທະສາດໄດ້ມີການປັບປຸງຍຸດທະວິທີປ່ຽນແປງກຳລັງ, ຄາດຄະເນ ສະຖານະການ ແລະ ສ້າງກາລະໂອກາດເພື່ອກ້າວໄປ ສູ່ໄຊຊະນະ ແລະ ສາມາດປົດປ່ອຍປະເທດຊາດຫວຽດນາມໄດ້ໃນປີ 1975 ໂດຍການຮ່ວມກັນ ຕໍ່ສູ້ດ້ວຍນ້ຳໃຈ ສາມັກຄີຈິດໜຶ່ງໃຈດຽວ ຂອງປະຊາຊົນຫວຽດນາມ ກໍ່ຄືສາມຊາດ ອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ, ນອກຈາກນັ້ນທ່ານຍັງຍົກໃຫ້ ເຫັນການຜັນຂະຫຍາຍເນື້ອໃນຈິດໃຈບຸກໂຈມຕີ ແລະ ລຸກຮື້ຂຶ້ນ ຂອງປະຊາຊົນຫວຽດນາມໃນປີ 1975 ເຂົ້າໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດ ຊາດຕື່ມອີກ./.
(Nguồn: Báo Pathet Lao)

carrier- Phó Đoàn Ngoại Giao
- Tổng số bài gửi : 18
Join date : 17/11/2013
Similar topics
» ແນະນຳປຶ້ມປະຫວັດສາດ ສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ
» VXP ແລະ LO PETROLEUM ປະກອບສ່ວນໃນວັນສຳຄັນສອງຊາດລາວ - ຫວຽດນາມ
» ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ
» ການຈັດຕັ້ງປະຕິບັດເນື້ອໃນ ແລະ ຈັດກິດຈະກຳ ໃນການສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ
» VXP ແລະ LO PETROLEUM ປະກອບສ່ວນໃນວັນສຳຄັນສອງຊາດລາວ - ຫວຽດນາມ
» ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ
» ການຈັດຕັ້ງປະຕິບັດເນື້ອໃນ ແລະ ຈັດກິດຈະກຳ ໃນການສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ
Trang 1 trong tổng số 1 trang
Permissions in this forum:
Bạn không có quyền trả lời bài viết