Diễn đàn dịch thuật VIỆT-LÀO / LÀO-VIỆT
Bạn có muốn phản ứng với tin nhắn này? Vui lòng đăng ký diễn đàn trong một vài cú nhấp chuột hoặc đăng nhập để tiếp tục.
Tìm kiếm
 
 

Display results as :
 


Rechercher Advanced Search

Tin tức trong ngày
RSS feeds


Yahoo! 



ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ຊົມ​ເຊີຍ​ ວັນ​ປົດ​ປ່ອຍ​ພາກ​ໃຕ້​ຂອງ ສ.ສ ຫວຽດນາມ

Go down

ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ຊົມ​ເຊີຍ​ ວັນ​ປົດ​ປ່ອຍ​ພາກ​ໃຕ້​ຂອງ ສ.ສ ຫວຽດນາມ Empty ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ຊົມ​ເຊີຍ​ ວັນ​ປົດ​ປ່ອຍ​ພາກ​ໃຕ້​ຂອງ ສ.ສ ຫວຽດນາມ

Bài gửi by carrier Fri Nov 29, 2013 11:51 pm

(ຂປລ): ​ແຂວງ​ຈຳປາ​ສັກ​ ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ 2012 ​ແລະ ຊົມ​ເຊີຍ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ​ ຄົບ ຮອບ 37 ປີ ຂຶ້ນ​ໃນ​ວັນ​ທີ 27 ​ເມສາ 2012 ນີ້ ທີ່​ສະ​ໂມ​ສອນ​ຂອງ​ແຂວງ ​ເຊິ່ງ​ໃຫ້​ກຽດ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ພົນ​ຈັດຕະວາ ວິ​ໄລ ຫຼ້າ​ຄຳ​ຟອງ ຮອງ​ເລຂາ​ພັກ​ແຂວງ ຫົວໜ້າ​ການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ທ່ານ​ພັນ​ເອກ ພິ​ເສດ ຫງຽນຟູ​ຮາ​ຍ ທູດ​ທະຫານ​ແຫ່ງ ສ.ສ ຫວຽດ ນາມ ປະຈຳ ສປປ ລາວ ພ້ອມ​ດ້ວຍ​ບັນດາ​ພະ​ແນ​ກການ, ກົມ​ກອງ, ນາຍ ​ແລະ ພົນທະຫານ, ສະ​ຖາ​ບັນ​ການ​ສຶກສາ​ພາຍ​ໃນ ​ແຂວງ​ເຂົ້າຮ່ວມ​ຢ່າງ​ຫຼວງ ຫຼາຍ.

​ໃນ​ພິທີ​ທ່ານ​ພັນ​ເອກ ພິ​ເສດ ຫງຽນຟູ​ຮາ​ຍ ​ໄດ້​ໃຫ້​ກຽດ​ຂຶ້ນປາຖະກະຖາ​ໃນ​ຫົວ​ຂໍ້​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ​ເຊິ່ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​ບາງ​ເຫດການ​ ທີ່​ພົ້ນ​ເດັ່ນ ​ເປັນຕົ້ນແມ່ນເຫດການ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ​ກ້າວ​ໄປ​ສູ່​ບັ້ນ​ຮົບ​ໂຮ່ຈິ​ມິນ​ທີ່​ເປັນ​ປະຫວັດສາດ ​ແລະ ສິ້ນສຸດ​ສົງຄາມ​ລົງ​ໃນ​ວັນ​ທີ 30 ​ເມສາ 1975, ​ເປັນຕົ້ນ​ແມ່ນ​ຜ່ານ​ເສັ້ນທາງ​ປະຫວັດສາດ​ຂອງ​ຂະ​ບວນການ​ຕໍ່ສູ້​ກູ້​ຊາດ ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ​ເລີ່​ມຕົ້ນ ສົງຄາມ​ຮຸກ​ຮານ​ຂອງ​ ອາ​ເມ​ລິ​ກາ​ ແຕ່​ປີ 1954 ພາຍຫຼັງ​ທີ່​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ​ຝຣັ່ງປະລາ​ໄຊ, ​ເຊິ່ງພາລະກິດ​ຕໍ່ສູ້​ກູ້​ຊາດ​ຂອງ​ປະຊາຊົນ ​ຫວຽ​ດນາມ​ໄດ້​ແກ່ຍາວ​ເຖິງ 21 ປີ, ​ເປັນ​ໄລຍະ​ຕໍ່ສູ້​ກູ້​ຊາດ​ທີ່​ດຸ​ເດືອດ, ຂ້ຽວຂາດ ​ແລະ ສັບ​ສົນ​ທີ່​ສຸດ​ໃນ​ປະຫວັດສາດ​ ຕ້ານ​ການ​ຮຸກ​ຮານ​ຂອງ​ຕ່າງ​ຊາດ ​ໂດຍ​ໄດ້​ແບ່ງ​ສົງຄາມ​ຕໍ່ສູ້​ກູ້​ຊາດ​ອອກ​ເປັນ 5 ​ໄລຍະ​ຍຸດ​ທະ​ສາດ ​ແຕ່​ລະບາດ​ກ້າວ​ຍຸດ​ທະ​ສາດ​ໄດ້​ມີ​ການ​ປັບປຸງ​ຍຸດທະວິທີ​ປ່ຽນ​ແປງ​ກຳລັງ, ຄາດ​ຄະ​ເນ​ ສະຖາ​ນະ​ການ ​ແລະ ສ້າງ​ກາລະ​ໂອກາດ​ເພື່ອ​ກ້າວ​ໄປ ​ສູ່​ໄຊຊະນະ ​ແລະ ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ຫວຽດນາມ​ໄດ້​ໃນ​ປີ 1975 ​ໂດຍ​ການ​ຮ່ວມ​ກັນ ​ຕໍ່ສູ້​ດ້ວຍ​ນ້ຳ​ໃຈ​ ສາມັກຄີ​ຈິດ​ໜຶ່ງ​ໃຈ​ດຽວ​ ຂອງ​ປະຊາຊົນຫວຽດນາມ ກໍ່​ຄື​ສາມ​ຊາ​ດ ອິນດູຈີນ ​ລາວ-ຫວຽດນາມ-ກຳປູ​ເຈຍ, ນອກຈາກ​ນັ້ນທ່ານ​ຍັງ​ຍົກ​ໃຫ້​ ເຫັນ​ການ​ຜັນ​ຂະຫຍາຍ​​ເນື້ອ​ໃນ​ຈິດ​ໃຈ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮື້ຂຶ້ນ ຂອງ​ປະຊາຊົນ​ຫວຽດນາມ​ໃນ​ປີ 1975 ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ​ຊາດ​ຕື່ມ​ອີກ./.

(Nguồn: Báo Pathet Lao)
carrier
carrier
Phó Đoàn Ngoại Giao
Phó Đoàn Ngoại Giao

Tổng số bài gửi : 18
Join date : 17/11/2013

Về Đầu Trang Go down

Về Đầu Trang

- Similar topics

 
Permissions in this forum:
Bạn không có quyền trả lời bài viết