Diễn đàn dịch thuật VIỆT-LÀO / LÀO-VIỆT
Bạn có muốn phản ứng với tin nhắn này? Vui lòng đăng ký diễn đàn trong một vài cú nhấp chuột hoặc đăng nhập để tiếp tục.
Tìm kiếm
 
 

Display results as :
 


Rechercher Advanced Search

Tin tức trong ngày
RSS feeds


Yahoo! 



ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ

Go down

ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ Empty ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ

Bài gửi by carrier Fri Nov 29, 2013 11:53 pm

ລາວ-ຫວຽດນາມ ແມ່ນສອງປະເທດບ້ານໄກ້ເຮືອນຄຽງທີ່ມີຊາຍແດນເຊື່ອມຕິດກັນຍາວຕາມ ສາຍພູຫຼວງ ( ເຈື່ອງເຊີນ ) ແຕ່ເໜືອຮອດໃຕ້, ສຳລັບ ແຂວງ ຄຳມ່ວນ ສປປ ລາວ ແມ່ນມີຊາຍແດນ ຮ່ວມກັບແຂວງ ກວາງບິ່ງ ແລະ ແຂວງຮາຕິ່ງ ຍາວເຖິງ 237 ກິໂລແມັດ, ໄດ້ມີມູນເຊື້ອຄວາມຜູກພັນ ອັນສະໜິດແໜ້ນ, ຊ່ວຍເຫຼືອເກື້ອກູນເຊິ່ງກັນ ແລະ ກັນມາແຕ່ດົນນານແບບ (ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງປັນກັນ) ດ້ວຍຄວາມບໍລິສຸດໃຈ ຕະຫຼອດມາ.

ໃນປະຫວັດຊາດສອງຊາດລາວ-ຫວຽດນາມ ແມ່ນມີໂຊກສະຕາກຳອັນດຽວກັນຄື: ໄດ້ຖືກການແຊກແຊງ ແລະ ຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ຢ່າງແສນສາຫັດ. ຕະຫຼອດໄລຍະດັ່ງກ່າວປະຊາຊົນລາວ ແລະ ຫວຽດນາມໄດ້ສາມັກຄີຄຽງບ່າຄຽງໄລ່ຢ່າງແໜ້ນແຟ້ນ ລຸກຂຶ້ນ ຕໍ່ສູ້ ດ້ວຍຄວາມອົງອາດກ້າແກ່ນ ແລະ ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງມາເປັນແຕ່ລະກ້າວ, ອັນໄດ້ເຮັດໃຫ້ສອງ ປະເທດລາວ-ຫວຽດນາມ ໄດ້ຮັບການ ປົດປ່ອຍຢ່າງສົມບູນ ໃນປີ 1975.

ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງຄວາມສາມັກຄີ, ສະໜັບສະໜູນອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຮ່ວມສຸກຮ່ວມທຸກ ແລະ ຮ່ວມຄຸ້ມຄອງ ສູ້ຮົບ ຕີສັດຕໂຕ ດຽວກັນຈົນໄດ້ກາຍເປັນການຮ່ວມສຳພັນກັນສູ້ຮົບທີ່ແໜ້ນແຟ້ນເລິກເຊິ່ງໄດ້ສືບຕໍ່ມາເຖິງທຸກວັນນີ້, ປັດໃຈໜຶ່ງທີ່ຂາດບໍ່ໄດ້ນັ້ນແມ່ນການກຳເນີດ ພັກ ກອມມູນິດອິນດູຈີນໂດຍ ແມ່ນທ່ານປະທານໂຮ່ຈິມິນເປັນຜູ້ກໍ່ຕັ້ງ ແລະ ນຳພາໄດ້ກາຍເປັນຄັນທຸງເຕົ້າໂຮມ ຄວາມສາມັກຄີເພື່ອສຶກສາອົບຮົມ ແລະ ຊຸບຫຼໍ່ຈິດໃຈ ປະຊາຊົນຂອງສອງຊາດລາວ - ຫວຽນາມໄດ້ແໜ້ນແຟ້ນຍິ່ງຂຶ້ນໄປເລື້ອຍໆ. ການຕໍ່ສູ້ຂອງສອງຊາດລາວ-ຫວຽດນາມ ໄດ້ມີຄວາມຕິດພັນ ກັນເໝືອນກະດູກ ກັບຊີ້ນ, ນັບມື້ ຂະຫຍາຍຕົວ ແລະ ກາຍເປັນພື້ນຖານໃຫ້ແກ່ຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ ແລະ ປະຊາຊົນສອງຊາດ ທີ່ຫາຍາກໃນໂລກ.

ຢູ່ຫຼາຍໆບັ້ນຮົບໃນດິນແດນຂອງແຂວງຄຳມ່ວນ. ນັກຮົບລາວ - ຫວຽດນາມໄດ້ຄຽງບ່າ, ຄຽງໄຫຼ່, ຈັບມືກັນສູ້ຮົບເຊິ່ງເລືອດຂອງນັກຮົບ ລາວ-ຫວຽດນາມ ໄດ້ເຈືອຈານກັນ, ໃນນີ້ບັ້ນຮົບທີ່ເດັ່ນ ແລະ ໂດ່ງດັງທີ່ສຸດບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໃນວັນທີ21ມີນາ1946 ຂອງການຮ່ວມສຳພັນສູ້ຮົບລາວ-ຫວຽດນາມ, ຕ້ານການຮຸກຮານຂອງຈັກກະພັດຝຣັ່ງ. ຈາກເຫດການອັນສຳຄັນຍິ່ງໃຫຍ່ ດັ່ງກ່າວໄດ້ປະກອບສ່ວນປັບປຸງການຮ່ວມສຳພັນສູ້ຮົບ ຂອງ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໄປເລື້ອຍໆທັງໄດ້ສ້າງເປັນບົດຮຽນອັນລ້ຳຄ່າໃຫ້ແກ່ປະຊາຊົນລາວ-ຫວຽດນາມໃນການ ລຸກຮື້ ຂຶ້ນ ຍາດເອົາໄຊຊະນະຢ່າງສົມບູນໃນປີ 1975 ສ້າງໃຫ້ການປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການ ປົກປັກ ຮັກສາ ແລະ ພັດທະນາ ປະເທດຊາດກ້າວຂຶ້ນສັງຄົມນິຍົມຂອງແຕ່ລະປະເທດ.

ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍກໍຄືລັດຖະບານສອງປະເທດ ລາວ-ຫວຽດນາມ ໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມືຮອບດ້ານ ໃນຄັ້ງ ວັນທີ 18 ກໍລະກົດ 1977 ເປັນຕົ້ນມາຄະນະພັກ, ອຳນາດການປົກຄອງ,ຂະແໜງການຕ່າງໆຕະຫຼອດຮອດປະຊາຊົນບັນດາ ເຜົ່າແຂວງຄຳມ່ວນ ກັບແຂວງກວາງບິ່ງ, ແຂວງຮ່າຕິ່ງ ແລະ ບັນດາແຂວງຕ່າງຂອງຫວຽດນາມໄດ້ມີ ການພົວພັນກັນຢ່າງເປັນປົກກະຕິເຊິ່ງແຕ່ລະປີຕ່າງຝ່າຍຕ່າງ ກໍໄດ້ ແຕ່ງຕັ້ງຄະນະຜູ້ແທນຂອງຕົນ ນັບແຕ່ການນຳຂັ້ນສູງຂອງແຂວງຮອດບັນດາຂະແໜງການ, ໜ່ວຍງານທີ່ກ່ຽວຂ້ອງໄປພົບປະແລກປ່ຽນບົດຮຽນ, ພ້ອມທັງ ຢ້ຽມຢາມຖາມຂ່າວເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ບໍ່ວ່າຈະເປັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືກວດກາ ຄຸ້ມຄອງ ຫຼັກໝາຍຊາຍແດນ ແລະ ການສ້ອມແປງຫຼັກໝາຍຊາຍແດນ, ການພັດທະນາເສດຖະກິດ, ວັດທະນະທຳສັງຄົມລວມທັງການກໍ່ສ້າງ ບຸກຄະລາກອນອີກ ຈຳນວນບໍ່ໜ້ອຍ. ໄປພ້ອມກັບການພົວພັນ ຮ່ວມມືດັ່ງກ່າວພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມເວົ້າລວມ, ແຂວງກວາງບິ່ງ ແລະ ບັນດາແຂວງ ຕ່າງໆ ຂອງຫວຽດນາມໄດ້ໃຫ້ ການຮ່ວມມືຊ່ວຍເຫຼືອໃນຫຼາຍຮູບການໃຫ້ແກ່ປະຊາຊົນແຂວງຄຳມ່ວນໃນ ຂົງເຂດຕ່າງໆເຊັ່ນ: ການຮ່ວມມືເພື່ອພັດທະນາ ພື້ນຖານ ໂຄງລ່າງທາງດ້ານການຂຸດຄົ້ນແຮ່ທາດ, ວຽກງານປູກຝັງ ແລະ ກໍ່ສ້າງໂຮງຮຽນ, ສຸກສາລາ. ສຳລັບການລົງທຶນ ຂອງນັກທຸລະກິດ ຫວຽດນາມ ຢູ່ແຂວງ ຄຳມ່ວນ ກໍມີບາດກ້າວຂະຫຍາຍຕົວເພີ້ມຂຶ້ນ ໃນທຸກໆປີ, ມາເຖິງປະຈຸບັນນີ້ມີບັນດາບໍລິສັດ ຂອງຫວຽດນາມໄດ້ມາລົງທຶນ ຢູ່ແຂວງຄຳມ່ວນ ມີທັງໝົດ 23 ບໍລິສັດ, ມີທຶນທັງໝົດ 48.718.011 ໂດລາສະຫະລັດ. ກວມເຖິງ 2% ຂອງມູນຄ່າການລົງທຶນຕ່າງປະເທດ. ວຽກງານປັກຫຼັກໝາຍ ຊາຍແດນລະຫວ່າງ ລາວ-ຫວຽດນາມ ແຂວງຄຳມ່ວນ-ແຂວງກວາງບິ່ງ ຕາມແຜນການຈຳນວນ 52 ຫຼັກໝາຍ ແລະ ປັກສຳເລັດແລ້ວ 47 ຫຼັກໝາຍ, ແຂວງຄຳມ່ວນ ກັບແຂວງ ຮາຕິ່ງ ຕາມແຜນການ 29 ຫຼັກໝາຍ ປັກສຳເລັດແລ້ວ 18 ຫຼັກໝາຍ. ແຂວງກວາງບິ່ງຊ່ວຍກໍ່ສ້າງໂຮງຮຽນ ປະຖົມນາໂບ ເມືອງທ່າແຂກ ຈຳນວນ 2 ຫຼັງ. ຫຼັງທີ່ 1 ມູນຄ່າ 125.000 ໂດລາສະຫະລັດ, ຫຼັງທີ່ 2 ມູນຄ່າ 9,2 ຕື້ດົງ ແລະ ຮົ້ວອ້ອມໂຮງຮຽນມູນຄ່າ 132.000 ໂດລາສະຫະລັດ, ຊ່ວຍກໍ່ສ້າງສຸກສາລາ 1 ຫຼັງ ຢູ່ຈຸດສຸມຫຼັງຄັງເມືອງບົວລະພາ ມູນຄ່າ 3,2 ຕື້ດົງ, ແຂວງຮາຕິ່ງຊ່ວຍ ກໍ່ສ້າງໂຮງຮຽນມັດທະຍົມ ຕອນຕົ້ນ1ຫຼັງ6ຫ້ອງໃຫ້ແຂວງຄຳມ່ວນ ມູນຄ່າ 1.700 ລ້ານດົງ. ບັນດາປັດໃຈທີ່ກ່າວມານັ້ນໄດ້ກາຍ ເປັນເຫງົ້າພະລັງຊ່ວຍກຳລັງແຮງ ເຊິ່ງກັນ ແລະ ກັນເພື່ອປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດບໍ່ວ່າ ໃນປັດຈຸບັນກໍ່ຄືອານາຄົດຂອງສອງປະເທດ ໃຫ້ຂະຫຍາຍຕົວ ຂຶ້ນເລື້ອຍໆ, ທັງສອງໃຫ້ສ້າງສາຍພົວພັນແບບພິເສດ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມມີ ຄວາມ ແໜ້ນແຟ້ນຍິ່ງຂຶ້ນ, ດັ່ງປະທານ ໄກສອນ ພົມວິຫານ ເວົ້າວ່າ:

           “ ຕາບໃດນ້ຳຂອງບໍ່ເຫືອດແຫ້ງ ເຂີນຂາດແປນຊາຍ                   ສາຍພູຫຼວງແສນສູງ ບໍ່ຕ່ຳເປັນຄັງຫຍ້າ
            ຮົ່ງຮ່າວັງເວີນກວ້າງ ບໍ່ປັນດິນກະທ້າງໄຂ່                          ສອງຫົວໃຈລາວ-ຫວຽດພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ”

ມູນເຊື້ອຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລາວ-ຫວຽດນາມເວົ້າລວມ, ແຂວງຄຳມ່ວນ ສປປ ລາວ ກັບແຂວງກວາງບິ່ງ ແລະ ບັນດາ ແຂວງໃກ້ຄຽງ ຂອງ ສ.ສ ຫວຽດນາມ ແມ່ນການພົວພັນອັນຜ່ອງໃສ, ສະເໝີຕົ້ນສະເໝີປາຍ, ສົມແລ້ວກັບຄຳເວົ້າຂອງທ່ານ ປະທານຄຳໄຕ ສີພັນດອນ ວ່າ: ພວກເຮົາບໍ່ຮູ້ວ່າ ຈະເອົາຫົວໜ່ວຍອັນໃດວັດແທກໄຊຊະນະ ແລະ ຜົນປະໂຫຍດປະຊາຊົນສອງຊາດໄດ້ຮັບຈາກມູນເຊື້ອ ແຫ່ງການ ພົວພັນສາມັກຄີ ດັ່ງກ່າວ, ແຕ່ພວກເຮົາຮູ້ວ່າ: ໄຊຊະນະແລະຜົນປະໂຫຍດທີ່ໄດ້ມານັ້ນແມ່ນເກີດຈາກຄວາມຮັກໄຄ່ໄມຕີຈິດມິດຕະພາບ ອັນບໍລິສຸດຜຸດຜ່ອງ ນ້ຳໃຈເສຍ ສະຫຼະອັນສູງສົ່ງ ແລະ ການຊ່ວຍເຫຼືອເພື່ອແຜ່ເຊິ່ງກັນ ແລະ ກັນຢ່າງບໍ່ເຫັນ ແກ່ໂຕຂອງປະຊາຊົນລາວ-ຫວຽດນາມອ້າຍນ້ອງສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຮອບດ້ານທີ່ໄດ້ລົງນາມໃນ ວັນທີ 18 ກໍລະກົດ 1977 ເປັນຂີດໝາຍໃໝ່ແຫ່ງການເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງລາວ-ຫວຽດນາມໃນໄລຍະໃໝ່, ທັງເປັນສັນຍາລັກແຫ່ງຄວາມມຸ່ງມາດປາຖະໜາຂອງ ປະຊາຊົນທັງສອງຊາດ ເພື່ອສືບຕໍ່ເສີມ ຂະຫຍາຍ ໃຫ້ຈະເລີນງອກງາມຂຶ້ນຢ່າງບໍ່ ຢຸດຢັ້ງ. ຈາກສ່ວນເລິກຂອງຫົວໃຈພະນັກງານ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ ຮູ້ປັນຍາຊົນ ແລະ ປະຊາຊົນ ຊາວແຂວງຄຳມ່ວນ ລຸ້ນສືບລຸ້ນໃນວັນນີ້ ແລະ ວັນໜ້າຈະພ້ອມກັນອອກແຮງເສີມສ້າງຖະໜອມ ຫອມຮັກສາຍ ພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານທີ່ເຕັມໄປດ້ວຍເນື້ອໃນຄວາມໝາຍ, ຄວາມສຳຄັນນີ້ໄວ້ເໝືອນ ກັບຮັກສາແກ້ວຕາ ຂອງຕົນ.

(Nguồn: Báo Pathet Lao)
carrier
carrier
Phó Đoàn Ngoại Giao
Phó Đoàn Ngoại Giao

Tổng số bài gửi : 18
Join date : 17/11/2013

Về Đầu Trang Go down

Về Đầu Trang

- Similar topics
» ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ຊົມ​ເຊີຍ​ ວັນ​ປົດ​ປ່ອຍ​ພາກ​ໃຕ້​ຂອງ ສ.ສ ຫວຽດນາມ
» ແນະ​ນຳ​ປຶ້ມປະຫວັດ​ສາດ ​ສາຍ​ພົວພັນ​ພິ​ເສດ​ ລາວ-ຫວຽດນາມ, ຫວຽດນາມ-ລາວ
» VXP ແລະ LO PETROLEUM ປະກອບສ່ວນໃນວັນສຳຄັນສອງຊາດລາວ - ຫວຽດນາມ
» ການຈັດຕັ້ງປະຕິບັດເນື້ອ​ໃນ ແລະ ຈັດກິດຈະ​ກຳ​ ໃນ​ການສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດສາດ ລາວ-ຫວຽດນາມ

 
Permissions in this forum:
Bạn không có quyền trả lời bài viết